ກອງປະຊຸມປະຈຳປີສະພາປະຊາຊົນແຫ່ງຊາດຈີນ
ຕາມຂ່າວສານ ຊິນຮວາ ລາຍງານວັນທີ 6 ມີນາ ນີ້ວ່າ: ເມື່ອວັນທີ 5 ມີນາທີ່ຜ່ານມານີ້, ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນຊຸດໃໝ່ ທີ່ ເປັນອົງການອຳນາດລັດສູງສຸດຂອງຈີນໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ມີຜູ້ນຳພັກ-ລັດກໍຄື ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະ ກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ພ້ອມດ້ວຍຜູ້ແທນສະພາປະຊາຊົນແຫ່ງຊາດຈີນ ຊຸດໃໝ່ເກືອບ 3.000 ຄົນເຂົ້າຮ່ວມກອງປະ ຊຸມດັ່ງກ່າວ. ກອງປະຊຸມຄັ້ງນີ້ແມ່ນຈັດຂຶ້ນເພື່ອເລືອກຕັ້ງ ແລະ ຕົກລົງການແຕ່ງຕັ້ງຄະນະລັດຖະບານຈີນຊຸດໃໝ່, ຄົ້ນຄວ້າພິຈາລະນາບົດລາຍງານວຽກ ງານຂອງລັດຖະບານ, ກຳນົດເປົ້າໝາຍ ແລະ ໜ້າທີ່ຕົ້ນຕໍແຫ່ງການພັດທະນາເສດຖະກິດສັງຄົມຈີນ ໃນປີ 2023 ພ້ອມດ້ວຍນະໂຍບາຍ ແລະ ມາດຕະ ການບໍລິຫານປະເທດຂອງລັດຖະບານ. ໂດຍອີງຕາມວາລະປະຊຸມທີ່ໄດ້ປະກາດໃນມໍ່ໆມານີ້, ກອງປະຊຸມຍັງຈະຄົ້ນຄວ້າພິຈາລະນາຮ່າງກົດໝາຍວ່າດ້ວຍນິຕິ ບັນຍັດສະບັບດັດແກ້ ແລະ ແຜນການປະຕິຮູບໂຄງປະກອບການຈັດຕັ້ງຂອງລັດຖະບານຈີນອີກ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/03/2023